วันพุธที่ 19 เมษายน พ.ศ. 2560

ຄອມພິວເຕີພື້ນຖານ



ບົດທີ 1

ຮູ້ກ່ຽວກັບຄອມພິວເຕີ

  I.        ຄວາມໝາຍຂອງຄອມພິວເຕີ

ຄອມພິວເຕີມາ( Computer )ຈາກພາສາດາຕີນ Computer ໝາຍເຖີງການນັບຫຼືຄຳນວນເຊີງໃນສາໄໝກ່ອນເຊີງມະນຸດໃຊ້ ໃນການນັບຫຼືຄຳນວນໃດ້ແກ່ລູກຄິດ ບວກເລກ ຫຼື ເຄືອງຄິດໄລ່ ໃນປະຈຸບັນຄວາມໝາຍຂອງຄອມພິວເຕີນັ້ນ.ຈະລະບຸສາເພາະເຈາະຈົງ ເຖີງການຄຳນວນເອກເຫຼັກໂຕນິກສາມາດເຮັດວຽກຄຳນວນເຖີງ ແລະ ບຽບທຽບ ຄຳຕາມຊຸດຄຳສັ່ງດ້ວຍຄວາມໄວສູງຢ່່າງຕໍ່ເນື່ອງ ແລະ ອັດຕະໂນມັດ

II.        ລັກສະນະເດັນຂອງຄອມພິວເຕີ

Ø ເປັນຄວາມອັດຕະໂມມັດ ( soft acting )
Ø ຄວາມໄວ ( speed )
Ø ຄວາມຖືກຕ້ອງຊັດເຈນ ( Accuracy )
Ø ຄວາມໜ້າເຊື່ອຖື ( Reliability )
Ø ການຈັບເກັບຂໍມູນ ( Storage capability )
Ø ເຮັດວຽກຊ້ຳໃດ້ຢ່່າງອັດຕະໂນມັດ ( Repeatability )
Ø ການຕິດຕໍ່ສື່ສານ ( Communication )

III.        ປະເພດຄອມພິວເຕີ

ຄອມພິວເຕີມີຫຼາຍຊະນິດ ແຕ່ຊະນິດຖືກອອກແບບໃຫ້ໜໍກັບຂະໜາດການໃຊ້ງານ ເຊີ່ງເຮົາແບງອອກໃດ້ດັ່ງນີ້:

1.   ຊູບເປີຄອມພິວເຕີ ( Super Computer )

ຖືວ່າເປັນຄອມພິວເຕີທີ່ມີຄວາມໄວສູງ ແລະ ມີປະສິດທີພາບສູງສຸດ ເພືອປ່ຽບທຽບກັບຄອມພິວເຕີຊະນິດອື່ນໆ ເຄື່ອງ Super computer ມີລາຄາແພງ ມີຂະໜາດໃຫ່ຍຄຳນວນຄະນິດສາດໃດ້ຫຼາຍແສນຫຼາຍດ້ານເທື່ອຕໍ່ວິນາທີ ແລະ ໃດ້ຮັບການອອກແບບ ເພື່ອໃຫ້ໃຊ້ແກ້ໃຂບັນຫາ ຂະໜາດໃຫຍ່ທາງດ້ານວິທະຍາສາດ ແລະ ວິສາຫາກິດໃດ້ຢ່າງວ່ອງໄວ

2.   ເມນເຟມຄອມພິວເຕີ ( Main fame computer )

ມີສາມັດຕະພາບທີ່ຕ່ຳກ່ວາຊູບເປີເປີຄອມພິວເຕີຫຼາຍ ແລະ ຍັງມີຄວາມສູງ ແລະ ປະສິດທີພາບສູງກ່ວາ ມິນິຄອມພິວເຕີ ຫຼື ໄມໂຄຄອມພິວເຕີ ເມນແຟນຄອມພິວເຕີ ສາມາດໃຫ້ບໍຣີການຜູ້ໃຊ້ຈຳນວນຫຼາຍຮ້ອຍຄົນ ພ້ອມກັນນັ້ນຈິງສາມາດໃຊ້ ໂປຼແກຣມຈຳນວນນັ້ນ ຮ້ອຍແບບໃນເວລາດຽວກັນ ໂດຍສາເພາະຖ້າຕໍ່ເຄື່ອງເຂົ້າເຄືອຂ່າຍຄອມພິວເຕີ ຜູ້ໃຊ້ສາມາດໃຊ້ໃດ້ຈາກຫົວໂລກປັຈຈຸບັນອົງກອນໃຫ່ຍໆເຊັ່ນ: ທະນະຄານຈະໃຊ້ຄອມພິວເຕີປະເພດນີ້ ໃນການເຮັດບັນຊີລູກຄ້າ ຫຼື ການໃຫ້ບໍຣິການຈາກເຄື່ອງຝາກ ແລະ ຖອນເງີນໃນອັດຕະໂນມັດ ( automatic teller machine )

3. ມິນິຄອມພິວເຕີ ( Mini Computer)

ແມ່ນຄອມພິວເຕີຂະໜາດນ້ອຍໆ ເຊີງສາມາດບໍຣີການຜູ້ໃຊ້ງານໃດ້ຫຼາຍຄົນພ້ອມກັນ ແຕ່ຈະບໍ່ມີສາມັດຕະພາບ ພໍທີ່ຈະບໍຣິການຜູ້ໃຊ້ ໃຫ້ຈຳນວນຫຼາຍເທົ່າແມນຄອມພິວເຕີແລ້ວຈິງໃຫ້ ມິນິ ຄອມພິວເຕີ ເໜາະສົມສຳລັບອົງກອນປານກາງ ຫຼື ສຳລັບແຜນການໜື່ງ ຫຼື ສາຂາໜື່ງຂອງອົງການຂະໜາດໃຫ່ຍເທົ່ານັ້ນ.

4.   ໄມໂຄ ຄອມພິວເຕີ ( Micro computer )

ໄມໂຄຣ ຄອມພິວເຕີ ຫຼື ພີຊິຄື: ຄອມພິວເຕີຂະໜາດໜ້ອຍແບບຂະໜາດຕັ້ງໂຕະ ( Not Book Computer ) ແລະ ຂະໜາດຜາມື  ( Palm Top Computer ) ເໜາະໃຊ້ສວນຕົວ ໄມໂຄ ຄອມພິວເຕີ ໃດ້ຖືກອອກແບບສຳລັບໃຊ້ທີ່ເຮືອນ ໂຮງຮຽນ ແລະ ສຳນັກງານ

5.   ໂນດບຸ໋ກ ( Note Book Or Laptop )

ແມ່ນຄອມພິວເຕີຂະໜາດນ້ອຍກ່ວາໄມໂຄຄອມພິວເຕີ ຖືກອອກແບບໄວ້ເພື່ອນຳຕິດຕົວໄປໃຊ້ຕາມທີ່ຕ່າງໆ ມີໜາດນ້ອຍ ແລະ ມີນ້ຳໜັກເບົາ ປັຈຈຸບັນມີຂະໜາດຊຳກັບປື້ມທີ່ເຮັດດ້ວຍເຈັຍ

6.   ເນັດບຸ໋ກ ( Net Book Or Laptop )

ເນັດບຸກຄອມພິວເຕີ ມີຂະໜາດນ້ອຍກ່ວາ ໄມໂຄ ຄອມພິວເຕີ ແລະ ນ້ອຍກ່ວາ ໂນດບຸກ ຖືກອອກແບບໄວ້ເພືອນຳຕິດໂຕໄວ້ ໄປທີ່ຕ່າງໆມີຂະໜາດນ້ອຍ ແລະ ນຳໝັກເບົາ

7.   ແທບເລັດ ຄອມພິວເຕີ ( Tablet Computer )

ແທບແລັດຄອມພິວເຕີ ຫຼື ເອີ້ນສັ້ນໆວ່າ ແທບແລັດ ຄືເຄື່ອງຄອມພິວເຕີທີ່ສາມາດໃຊ້ງານ ໃນຂະນະເຄື່ອນທີ່ໃດ້ໃນຂະໜາດກາງ ແລະ ໃຊ້ຈໍສຳຜັດໃນການເຮັດວຽກເປັນອັນທຳອິດມີຄິບອດຄື: ຂອງແທ້ ຫຼື ປະກາຈີຕອນ ໃນການໃຊ້ງານແທນທີ່ ແປ້ນພີມຄີບອດ ແລະ ມີຄວາມໝາຍ ຄວບຄູມເທີງນອດບຸກແທບ Convertible ມີໜ້າທີ່ຈໍສໍາຜັດ ແລະ ມີແປ້ນພີມຄື ຄິບອດ ຕີດມານໍາວ່າ ຈະເປັນແບບໝູນ ຫຼື ສະໄລກໍ່ຕາມ

IV.      ລະບົບຄອມພິວເຕີ

-      ເລື່ອງທີ່ຄວນເອົາໃຈໃສ່

1.   ຄວາມໝາຍຂອງຄອມພິ້ວເຕີ

2.   ອົງປະກອບຂອງຄອມພິວເຕີ

·     ຮາດແວ ( hard ware )
·     ຊອບແວ ( soft ware )
·     ບຸກຄະລາກອນ ( people ware )
·     ຂໍ້ມູນຂ່າວສານ ( data in formation )

3.   ສວນປະກອບຮາດແວໃນຄອມພິວເຕີ

v   ຊື່ບັນທືກຂໍ້ມູນ
*    ໜ່ວຍຮັບເຂົ້າ ( Input Unit ) ໜ່ວຍຮັບເຂົ້າເປັນຕົວກາງໃນການສົ່ງຂໍມູນເຂົ້າເຄື່ອງໂດຍຜ່ນທາງອຸປະກອນສຳລັບຂໍມູນຊະນິດຕ່າງໆເຊັ່ນ:
-      ຄິບອດ keyboard
-      ເມົາ Mouse
-      ຕົວນັບຈານແມ່ເຫຼັກ
-      ຕົວຂັບຊິດິລອມ CD lom
-      ເຄື່ອງສາແກນເນີ
-      ໄມໂຄຣໂຟນ
-      ແວັດແຄມ
-      ເຄື່ອງອ່ານບາໂຄດ
ໜວ່ຍປະມວນຜົນກາງ ( Central Processing Unit ) ແລະ ໜ່ວຍຄວາມຈຳ ( memory unit ) ເປັນສ່ວນທີ່ສຳຄັນທີ່ສຸດໃນເຄື່ອງຄອມພິວເຕີ ຄວບຄູມການທຳງານຂອງລະບົບທັງໝົດ ເປັນສ່ວນທີ່ເອີ້ນໂປຣແກ້ມຕ່າງໆ ເພື່ອສົງາການໃຫ້ໜ່ວຍປະມວນຜົນກາງຖືກອອກແບບໃຫ້ມີຫຼາຍກ່ວາ 1ຄໍ ( 1 core ) ຫຼື ເອີ້ນວ່າ Multi core ສ່ວນໜ່ວຍຄວາມຈໍາຈະເຮັດໜ້າທີ່ ເກັບຄໍາສັງທີ່ຕ້ອງໃຊ້ໃນສ່ວນປະມວນຜົນໜ່ວຍຄວາມຈຳຈະມີ 2 ຊະນິດຄື:
Ø    ໜ່ວຍຄວາມຈຳຢ່າງດຽວ ( Read only memory )
ເປັນໜ່ວຍຄວາມຈຳລັກສະນະໜື່ງທີ່ທຳໜ້າທີ່ອ່ານຂໍ້ມູນຢ່າງດຽວ ຖືກກຳນົດໄວ້ຢ່າງຖາວອນໃນໜ່ວຍຄວາມຈຳ ຄົງຢູ່ໃນເຄື່ອງຕະຫຼອດ ເຖີງວ່າຈະປິດເຄື່ອງໄປແລ້ວ ຄຳສັງນັ້ນກໍ່ຄົງຢູ່
Ø    ໜວ່ຍຄວາມຈຳເຂົ້າເຖີງໂດຍການຊູ່ມ ( Random access memory )
ເປັນໜ່ວຍຄວາມຈຳປະເພດໜື່ງ ທີ່ສາມາດເຂົ້າເຖີງໂດຍການສູ່ມ ແລມ ( Ram ) ເປັນໜ່ວຍຄວາມຈຳທີ່ຢູ່ໃນຄອມພິວເຕີ ວັດຂະໜາດເປັນກິໂລໄບ໌ ຫຼື ເມກກາໄບ໌ ທີ່ທຳງານໃດ້ຢ່າງໄວ ແຕ່ເມື່ອປິດເຄື່ອງໄປແລ້ວຂໍມູນໃນແລມຈະຫາຍໄປ
v    ໜ່ວຍສາແດງຜົນຂໍມູນ ( Out unit )
ຄືສ່ວນທີ່ສາແດງເປັນຕົວກາງ ຂອງການສື່ສານເປັນຄອມພິວເຕີ ກັບຄົນໂດຍຮັບຂໍ້ມູນ ທີ່ປະມວນຜົນແລ້ວຈາກນັ້ນຈຶ່ງສາແດງຜົນໃນຮູບແບບຕ່າງໆ ໂດຍອາໃສອຸປະກອນສະແດງຜົນອາດຈະສາແດງໃຫ້ເຫັນ ໃດ້ຍິນສຽງຫຼືສຳຜັດກໍ່ໃດ້.

v    ກາດສາແດງຜົນ ( Graphic card )

ເປັນອຸປະກອນປະມວນຜົນສັນຍານດີຈີຕອນ ໃຫ້ເປັນສັນຍາລັກທີ່ຕ້ອງການສາແດງຜົນ ເຊັ່ນ: ການໃຊ້ໂປຼແກຼມ ສ້າງງານ 3 ມິຕິ ຫຼື ຫຼີ້ນເກມ 3 ມີຕິ ທີ່ຕ້ອງການຄວາມລະອຽດທີ່ໃຊ້ໃນການສາແດງຜົນສູງ
-   ກາດສຽງ ( Sound Card )
ເປັນອຸປະກອນທີ່ປະມວນຜົນທາງດ້ານສຽງ ເພື່ອສຽງທີ່ໃດ້ອອກມານັ້ນ ມີມາດຖານຂື້ນກ່ວາເກົ່າ
-   ກາດແລນ ( land card )
ເປັນອຸປະກອນທີ່ໃຊ້ໃນລະບົບເຄືອຂ່າຍ ( network ) ທີ່ທໍາໃຫ້ເຄື່ອງແຕ່ລະເຄື່ອງສາມາດສື່ສານ ແລະ ແລກປ່ຽນຂໍມູນໃດ້

v    ໂມເດມ ( Modem card )

ເປັນອຸປະກອນທີ່ໃຊ້ໃນການແບ່ງສັນຍານດີຈີຕອນເປັນສັນຍານອານາລ໋ອກໂມແດມຈະສົງສັນຍານຜ່ານໂທລະສັບສາມາດເຊື່ອຕໍ່ອິນເຕີເນັດໃດ້.

v    ຈໍພາບ ( Monitor )

ເປັນອຸປະກອນສາແດງຜົນຂອງຄອມພິວເຕີ ໂດຍສາແດງອອກມາເປັນພາບ ເຊີ່ງເຮັດໃຫ້ຜູ້ໃຊ້ຄອມພິວເຕີ ສາມາດໃຊ້ຄອມພິວເຕີໃດ້ງ່າຍກ່ວາຄອມພິວເຕີສະໄໝ່ກ່ອນບໍ່ມີຈໍພາບ ຈໍແບ່ງອອກສອງຊະນິດ
-  ຈໍພາບ CRT
-  ຈໍພາບ LCD

v    ເຄື່ອງພິມ ( Printer )

ເຄື່ອງມີຫຼາຍປະເພດດ້ວຍກັນແລະມີຄວາມສາມາດແຕກຕ່າງກັນອອກໄປ ເຄື່ອງມີໜັາທີ່ຫຼັກແມ່ນພີມເອກະສານຕາມຄຳສັງ ປະຈຸບັນເຄື່ອງພີມທີ່ໃຊ້ຕາມບ້ານ ສາມາດພີມຮູບໃນລັກສະນະຮູບພາບ ກຣາບຟິກໃດ້.

v    ລຳໂພງ ( Speaker )

ເປັນອຸປະກອນທີ່ໃຊ້ສາແດງຜົນທາງສຽງໂດຍແບ່ງສັນຍານດິຈິຕອນ ທີ່ປະມວນຜົນສົ່ງຜົນກາດສຽງແລ້ວມາທີ່ລຳໂພງອອກເປັນສຽງທີ່ສົມຈີງ ການໃຊ້ລຳໂພງທີ່ດີເຮັດໃຫ້ສຽງໃດ້ຈາກComputer ການເຮຮາເຊັ່ນກັນ.

v    ເຄື່ອງສຳລັບຮອງໄຟຟ້າ UPS =Uninterrupted power supply

ເປັນເຄື່ອງທີ່ມີປະໂຫຍກຫຼາຍ ເພາະຈາກມີໜ້າທີ່ສຳຮອງໄຟຟ້າ ເມື່ອເກີດໄຟຟ້າດັບແລ້ວ ຍັງຊ່ວຍປ້ອງກັນໄຟຟ້າຕົກ ອັນເປັນສາເຫດເຮັດໃຫ້ຄອມພິວເຕີເສຍຫາຍ.

v    ຮາດດິດ ( Hard disk )

ເປັນເຄື່ອງບັນທືກຂໍມູນທີ່ໃຊ້ຈາກຂໍ້ແມ່ເຫຼັກໃນການເກັບຂໍ້ມູນສາມາດບັນທືກຂໍມູນໃດ້ສູຸງສຸດ ໃນບັນດາສືກບັນທືກຂໍມູນ ໃຊ້ເປັນຮາດດິດທີ່ສຳຄັນຄື: ສາມາດເຂົ້າເຖີງຂໍ້ມູນດ້ວຍຄວາມໄວສູງ

v    ແຜ່ນຊິດີ ( Compact disk )

ແຜ່ນຊີດີ ເປັນແຜ່ນທີ່ໃຊ້ບັນທືກຂໍມູນປະຈຸບັນ ໃດ້ຮັບຄວາມນີຍົມນ້ອຍກ່ວາ Flash drive ນັ້ນມີຄວາມບັນຈຸໄວກ່ວາແຜ່ນຊິດີ ແລ້ວຍັງສາມາດລົບບັນທືກຂໍມູນໄໝ່ໃດ້ເລື້ອຍໆ ໃນຂະນະທີ່ CD ເມື່ອຂຽນຂໍມູນລົງໄປແລ້ວ ຈະລົບຂໍມູນອອກບໍ່ໃດ້ ( ຍົກວັນ CD - RW ສາມາດລົບຂໍ້ມູນໃດ້ )

ບົດທີ 2

ການນຳໃຊ້ Windows Microsoft XP

I.         ແນະນຳ Windows XP

ວິວັດທະນາການໄໝ່ລ້າສຸດຂອງ Windows ຕັ້ງແຕ່ໃດ້ມີອອກ Windows ມາຕັ້ງແຕ່ Windows 3x , 95, 98 , Windows 2000 and windows Millennium Edition (Windows me ) ເຊີ່ງແຕ່ເວີຊັ້ນ ມີຄວາມສາມາດແຕກຕ່າງກັນອອກໄປ.
-   ສຳລັບ Windows XP ນີ້ກໍ່ໃດ້ຖືກກຳນົດໃໝ່ອອກມາ ໂດຍນຳຄວາມສາມາດຂອງ Windows ລຸ້ນກ່ອນເຊັ່ນ: 98 me , 2000 ເຂົ້ານຳກັນໂດຍມີລະຫັດໃນການເລີ່ມພັດທະນາ whiter ຈຸດເດັນຂອງ Windows  XP ນອກເໜືອຈາກຮູບລັກໜ້າຕາທີ່ສວຍງາມແລ້ວ ຍັງມີຄຸນສົມບັດເດັ່ນໆອິກເຊັ່ນ: ການໃຊ້ງານຮ່ວມກັນຫຼາຍຄົນ ໃນເຄື່ອງດຽວກັນ ໂດຍສາມາດກຳນົດລະຫັດຜ່ານ ແລະ ກຳນົດສາພາບແວດລ້ອມທີ່ແຕກຕ່າງກັນ.
-   ຂໍ້ດີຂອງລະບົບປະຕິບັດການ Windows XP ຄືສາມາດແນມເຫັນອຸປະກອນຕ່າງໆ ໃນເຄື່ອງຄອມພິວເຕີລຸ້ນເກົ່າໃດ້ຄ້ອນຂ້າງຫຼາຍຂື້ນໂດຍທີ່ບໍ່ອາດຈະຫາ driver ມາລົງເພີ່ມເຕີບເລີຍ ແຕ່ຖ້າຫາກເປັນອຸປະກອນໄໝ່ໆ ກໍ່ລົງ driver ນອກຈາກນີ້ໜ້າຕາຮູບແບບການສາແດງຜົນ ທີ່ສວຍງາມນັບໃດ້ວ່າ ເປັນຈຸດຂາຍດີຂອງ Windows XP
-   ຖ້າຫາກບໍ່ມີບັນຫາກັບ Hard ware or ອຸປະກອນຂອງເຄື່ອງຄອມພິວເຕີ ແລະ ນັບໃດ້ວ່າມີຄວາມສາຖຽນຫຼາຍກ່ວາ Windows 98 And Windows Me ຄອນຂ້າງຫຼາຍ

v    ເວີຊັ້ນຂອງ Windows XP ໃດ້ແບ່ງອອກເປັນ 3 ປະເພດ

1.     Windows XP home edition ເໜາະສຳລັບຜູ້ໃຊ້ຕາມບ້ານມີຄຸນສົມບັດເດັ່ນດ້ານລະບົບ ມັດຕິມິເດັຍ , ເບີ່ງໜັງຟັງເພງ , ສາມາດຕໍ່ເຂົ້າເປັນລະບົບເຄືອຂ່າຍ ພາຍໃນບ້ານໃດ້ລວມມີການຂໍຄວາມຊ່ວຍເຫຼືອ ໄລຍະໄກໃດ້
2.     Windows XP professional ເໜາະສຳລັບໃຊ້ຕາມສຳນັກງານ ມີຄຸນສົມບັດພື້ນຖານເຊັ່ນດຽວກັນ Homdition  ແຕ່ມີຄວາມສາມາດໃນການຮັກສາຄວາມປອດໄພສູງ
3.     Windows XP 64 – 0ebit Edition ເໜາະສຳລັບອົງການທີ່ຕ້ອງການຄວາມສາມາດຂອງຄອມພິວເຕີໃນລະດັບສູງ ເນື່ອງຈາກໂມຊັ້ນນີ້ ສະໜັບສະໜູນຄວາມຈຳຂະໜາດໃຫ່ຍ ອອກແບບສຳລັບໜ່ວຍປະມວນຜົນໃນຕະກຸນ intelltenium ( ລະດັບສູງ ) ສາມາດໃນການທໍາງານເຂົ້າລະບົບ ແລະ ອື່ນໆອິກຫຼາຍ

v    ຄຸນສົມບັດຂອງເຄື່ອງຄອມພິວເຕີສຳລັບຕິດຕັ້ງ Windows XP

-           CPU Intel Pentium / Celeron ຄວາມໄວ້ຕຳສຸດ 233MHz ( ແນະນຳໃຫ້ໃຊ້ 300MHz ຂື້ນໄປ ) ຫຼື CPU ຕະກຸນ AMDK6/Action/Duron
-           Memory or land ຢ່າງຕຳ 128MB ( ແນະນຳໃຊ້ 256 MB )
-           Hard disk ຢ່າງຕ່ຳ 250 GB
-           VGA Card  ແລະ ຈໍພາບທີ່ມີຄວາມສາອາດ super VGA ( 1024 x 768 ) ຫຼື ສູງກ່ວາ
-           CD – Rom or DVD
-           Key board and mouse

v    ສີ່ງທີ່ຕິດມານຳ Windows XP ໂດຍສ່ວນຫຼາຍທີ່ເຫັນງ່າຍໆ ແລະ ຊັດເຈນມີຄວາມສ່ວນປະກອບຕ່າງໆຕິດຕັ້ງມາດັ່ງນີ້:

1.     Internet Explorer 6.0
2.     Windows media player 8.0
3.     Driver diect 8.0
4.     ສາມາດອ່ານ ແລະ ຂຽນແຜ່ນ CD – RW ໃດ້ໂດຍກົງ
5.     ມີ Windows Movie Maker  ເພີ່ມເຂົ້າມາ
6.     ຮູ້ຈັກອຸປະກອນຕ່າງໆໃດ້ຫຼາຍຂື້ນກ່ວາເກົ່າ.
7.     ຮູບແບບການສະແດງຜົນທີ່ລະອຽດຂື້ນແຕກຕ່າງໄປຈຈາກເກົ່າ

ບົດທີ 3

ການໃຊ້ງານ MS office word

ໂປຼແກມນີ້ໃຊ້ສຳລັບເພີ່ມເອກະສານຕ່າງໆເຊັ່ນ: ຈົດໝາຍ ; ລາຍງານ , ໜັງສື , ປ້ອງກັນບົດ ແລະ ຈັດຮູບແບບໃຫ້ເບີ່ງສວຍງາມ ນອກຈາກນີ້ ຍັງສາມາດສ້າງງານພີມແບບຄໍລຳ ( ຄ້າຍງານໜັງສືພີມ ) ໃດ້ຄືກັນ

I.         ການເລີມຕົ້ນໃຊ້ງານໂປຼແກຼມ

ເລີ່ມໃຊ້ງານໂປຼແກຼມ Micro Soft Office Word

ไม่มีความคิดเห็น:

แสดงความคิดเห็น